ຮຽນທ່ານ,

ຂໍສະແດງຄວາມຂອບໃຈສໍາລັບການເຂົ້າຮ່ວມການສໍາຫຼວດ FDPI (ດັດຊະນີຄວາມພ້ອມໃນການຮັບໄພພິບັດນ້ຳຖ້ວມ). ເວັບໄຊທ໌ນີ້ ສ້າງຂຶ້ນໂດຍສູນ ICHARM (ສູນຄຸ້ມຄອງໄພພິບັດ ແລະ ຄວາມສ່ຽງທາງນ້ຳສາກົນ ພາຍໃຕ້ການຄຸ້ມຄອງຂອງອົງການ UNESCO) ຂອງສະຖາບັນ PWRI (ສະຖາບັນຄົ້ນຄວ້າໂຍທາທິການ) ໃນປະເທດຍີ່ປຸ່ນ ເຊິ່ງເປັນແບບປັບປຸງອີງຕາມການຄົ້ນຄວ້າກ່ອນໜ້ານີ້ ທີ່ຈັດຂຶ້ນເປັນສ່ວນໜຶ່ງໃນກິດຈະກໍາ ຂອງຄະນະກໍາມະການໄຕ້ຝຸ່ນ, ອົງການຈັດຕັ້ງພາຍໃຕ້ການຄຸ້ມຄອງຮ່ວມກັນລະຫວ່າງ ອົງການ WMO (ອົງການອຸຕຸນິຍົມໂລກ) ແລະ ອົງການ UNESCAP (ຄະນະກຳມະການ ດ້ານເສດຖະກິດ ແລະ ສັງຄົມສຳລັບພາກພື້ນອາຊີ ແລະ ປາຊີຟິກ ຂອງອົງການສະຫະປະຊາຊາດ).

ການສໍາຫຼວດ FDPI ໄດ້ຮັບການພັດທະນາໃຫ້ນໍາໃຊ້ຕົ້ນຕໍໂດຍເຈົ້າໜ້າທີ່ຄຸ້ມຄອງໄພພິບັດ ໃນແຕ່ລະຊຸມຊົນ ເພື່ອການປະເມີນໄດ້ດ້ວຍຕົນເອງ ໃນຄວາມພ້ອມຮັບມືໄພພິບັດນ້ຳຖ້ວມ ຂອງຊຸມຊົນຕ່າງໆ. ໂດຍການນໍາໃຊ້ເວັບໄຊທ໌ນີ້, ທ່ານສາມາດປະເມີນຊຸມຊົນຂອງທ່ານໄດ້ຢ່າງຖືກຕ້ອງ ເພື່ອຊອກເບິ່ງຈຸດທີ່ຄວນໄດ້ຮັບການປັບປຸງ ຢ່າງຈະແຈ້ງ ແລະ ຈໍາເປັນຕ້ອງໄດ້ຮັບຄວາມຊ່ວຍເຫຼືອດ້ານໃດ ຈາກອົງການອື່ນໆ. ຜົນໄດ້ຮັບທີ່ສະສົມ ຍັງຈະກາຍເປັນຊັບພະຍາກອນທີ່ເປັນປະໂຫຍດສໍາລັບປະເທດຕ່າງໆໃນທົ່ວໂລກ ໃນການຍົກລະດັບຄວາມພ້ອມຮັບໄພພິບັດນ້ຳຖ້ວມ.

ບັນດາຄໍາຖາມດັ່ງຕໍ່ໄປນີ້ ກ່ຽວຂ້ອງກັບການຄຸ້ມຄອງໄພພິບັດ ໃນຊຸມຊົນຂອງທ່ານ. ກະລຸນາອ່ານຄໍາຖາມແຕ່ລະຂໍ້ ແລະ ເລືອກເອົາໜຶ່ງໃນຄໍາຕອບຫ້າຂໍ້ ທີ່ທ່ານຄິດວ່າສະແດງໃຫ້ເຫັນເຖິງກໍລະນີຂອງຊຸມຊົນຂອງທ່ານໄດ້ດີທີ່ສຸດ. ພວກເຮົາຫວັງວ່າ ການສໍາຫຼວດ FDPI ຈະເປັນປະໂຫຍດ ແລະ ມີປະສິດທິຜົນໃນການເພີ່ມທະວີຄວາມພ້ອມຮັບໄພພິບັດນໍ້າຖ້ວມ ໃນຊຸມຊົນຂອງທ່ານ.

ຖ້າຫາກທ່ານມີຄໍາຖາມໃດກ່ຽວກັບເວັບໄຊທ໌ນີ້, ກະລຸນາຕິດຕໍ່ພວກເຮົາ.

ພວກເຮົາຮັບປະກັນວ່າການຕອບຄໍາຖາມທັງໝົດ ຈະຖືກຮັກສາເປັນຂໍ້ມູນລັບຢ່າງແທ້ຈິງ. ຜົນໄດ້ຮັບຂອງການສໍາຫຼວດ ຈະເປັນການລາຍງານໃນຮູບແບບຂໍ້ມູນລວມເທົ່ານັ້ນ, ແລະ ຕົວທ່ານ ແລະ ຊຸມຊົນຂອງທ່ານ ຈະບໍ່ຖືກລະບຸຊື່ຈາກຂໍ້ມູນ ໂດຍປາສະຈາກການອະນຸຍາດຂອງທ່ານ.


ດ້ວຍຄວາມເຄົາລົບ,
ສະມາຊິກ ສູນ ICHARM